ເຂົ້າຄັງປະກັນສຸຂະພາບຊຸມຊົນໃນວັນນີ້ຊີວິດຈະດີໃນວັນໜ້າ

ຄປສຊ ແມ່ນຫຍັງ ?

ຄປສຊ ແມ່ນຄັງປະກັນສຸຂະພາບຊຸມຊົນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນຜູ້ທີ່ມີອາຊີບອິດສະຫຼະໂດຍບໍ່ຫວັງຜົນກຳໄລດ້ວຍການຈ່າຍເງີນລ່ວງໜ້າເປັນປີເວລາເຈັບແລ້ວໄປໂຮງໝໍຈະບໍ່ໄດ້ເສຍຄ່າປິ່ນປົວອີກ.

ການສ້າງຕັ້ງ ຄປສຊ ແມ່ນເພື່ອຫຍັງ ?

  • ເພື່ອໃຫ້ປະຊາຊົນເຂົ້າເຖີງການບໍລິການດ້ານສຸຂະພາບໂດຍບໍ່ກັງວົນກັບຄ່າປິ່ນປົວລາຄາສູງ.
  • ເພື່ອໃຫ້ປະຊາຊົນທີ່ເຈັບເປັນໄດ້ຮັບການປິ່ນປົວແຕ່ຫົວທີຫຼິກເວັ້ນການແກ່ຍາວຊັກຊ້າ.
  • ເພື່ອປັບປຸງຄຸນນະພາບການບໍລິການຢູ່ໂຮງໝໍໃຫ້ດີຂື້ນ.

ຜົນປະໂຫຍດທີຈະໃດ້ຮັບມີຫຍັງແດ່ ?

ສະມາຊິກທຸກຄົນໄດ້ຮັບການບໍລິການໂດຍບໍ່ເສຍຄ່າ

  • ກວດພະຍາດ ແລະ ປິ່ນປົວສຸຂະພາບ ( ກວດເຂດນອກ,ສຸກເສີນ ແລະ ນອນໂຮງໝໍ ).
  • ຢາປົວພະຍາດຕາມບັນຊີຢາໃນໂຮງໝໍ,ອຸປະກອນຄ່າປິ່ນປົວສູງ.
  • ການກວດເພີ້ມເພື່ອບົ່ງມະຕິຕາມແພດສັ່ງ ເຊັ້ນ: ສ່ອງໄຟຟ້າ,ກວດຄື້ນສຽງ ເອໂກ,ກວດວິເຄາະແທກຫົວໃຈ ແລະ ອຶ່ນໆທີ່ຈຳເປັນ.
  • ການກັນພະຍາດ,ສົ່ງເສີມສຸຂະພາບ ແລະ ການປິ່ນປົວສຸຂະພາບທີ່ມີໂຄງການສະໜອງໃຫ້ລ້າ ( ວັນນະໂລກ,ຂີ້ທູດ,ສັກຢາກັນພະຍາດ,ລວມທັງການບໍລິການແມ່ ແລະ ເດັກ ແລະ ໂຄງການອື່ນໆຂອງລັດຖະບານ.
  • ການຟື້ນໜ້າທີ່ການຮ່າງກາຍ ກາຍຍະບຳບັດ.
  • ການນຳສົ່ງຄົນເຈັບຫາໂຮງໝໍສົ່ງຕໍ່ສຳລັບກໍລະນີເຈັບໜັກທີ່ມີຄວາມສ່ຽງສູງຕໍ່ການເສຍຊີວິດ ເຊິ່ງໂຮງໝໍຄູ່ສັນຍາຫຼັກບໍ່ສາມາດປິ່ນປົວໄດ້.
  • ພະຍາດຊຳເຮື້ອ,ເບົາຫວານ,ຄວາມດັນເລືອດສູງ,ໄຂ່ຫຼັງຊຸດໂຊມ,ຄໍໜຽງເປັນພິດ,ຫົວໃຈ ແລະ ຕັບຊຸດໂຊມ.
Back

Contact Us

ເບີສອບຖາມຂໍ້ມູນ ເພີ້ມເຕີມ

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ກະຊວງ ສາທາລະນະສຸກ 021-260-953

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ນະຄອນຫລວງ ວຽງຈັນ 021-223-542

ທ່ານໝໍ ວານຄຳ ທຳທອງ 020-2222-7417

ທ່ານ ສຸກສາຄອນ ອິນທະວົງ 020-2222-0947

Email: Ssk.inthavong@gmail.com
Email: vphanjark@yahoo.com

Link

Lao Statistics Bureau

National Institute Of Public Health

World Health Organization (WHO)

Unicef