ອັດຕາເບ້ຍປະກັນທີ່ກຳນົດໄວ້:

ມີສອງທາງເລືອກສຳລັບ ປະເພດສະມາຊິກ, ດັ່ງທີ່ອະທິບາຍຢູ່ໃນຄູ່ມືຂອງ ຄປສຊ ສະບັບປັບປຸງ.

  • ປະກັນທາງເລືອກ 1 : ສະມາຊີກສາມາດໄປໃຊ້ບໍລິການ ການປິ່ນປົວໂດຍກົງຢູ່ໂຮງໝໍສູນກາງ.
  • ປະກັນທາງເລືອກ 2 : ສະມາຊີກຕ້ອງຜ່ານໂຮງໝໍເມືອງກ່ອນແລ້ວຈື່ງໄປໂຮງໝໍສູນກາງ. ປະເພດຂອງປະປະກັນແມ່ນສາມາດສະແດງໄດ້ໃນບັດສະມາຊິກ ຄປສຊ ໂດຍນຳໃຊ້ສີບັດແຕກຕ່າງກັນເພື່ອບອກເຖີງທາງເລືອກປະກັນ ແລະ ການຈ່າຍເງິນສົມທົບ.

    • ສີຟ້າແມ່ນ ປະກັນທາງເລືອກ 1
    • ສີແດງແມ່ນ ປະກັນທາງເລືອກ 2

ໄລຍະການຈ່າຍເບ້ຍປະກັນ :

ແມ່ນຈ່າຍເປັນ 3, 6, 9 ຫລື 12 ເດືອນ ຄະນະກຳມະການຄຸ້ມຄອງ ຄປສຊ ຈະບໍ່ຮັບການຈ່າຍເປັນງວດອື່ນໆ. ຄປສຊ ພະຍາຍາມຊຸກຍູ້ໃຫ້ສະມາຊິກຈ່າຍບາດດຽວໝົດປີ ໂດຍຈະມີສິ່ງກະຕຸກຊຸກຍູ້ສຳລັບຜູ້ທີ່ຈ່າຍເປັນປີ ຄື: ຈະມີ (ສ່ວນຫລຸດ + ລະບຽບໃນການລໍສິດ) ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ອັດຕາເບ້ຍປະກັນຕາມໄລຍະເວລາຂອງການລົງທະບຽນ.

  2. ປະເພດ 1
    # ເດືອນລົງທະບຽນ ສ່ວນຫລຸດ ຂະໜາດຄອບຄົວ ເບ້ຍປະກັນສຳລັບໄລຍະເວລາດັ່ງກ່າວ ຈຳນວນທຽບເທົ່າເບ້ຍປະກັນ 1 ປີ

    3

    0 %

    1 75,000 300,000
    2 - 4 125,000 500,000
    5 - 7 162,500 650,000
    ≥ 8 175,000 700,000

    6

    0 %

    1 150,000 300,000
    2 - 4 250,000 500,000
    5 - 7 325,000 650,000
    ≥ 8 350,000 700,000

    9

    0 %

    1 225,000 300,000
    2 - 4 375,000 500,000
    5 - 7 487,500 650,000
    ≥ 8 525,000 700,000

    12

    10 %

    1 270,000 270,000
    2 - 4 450,000 450,000
    5 - 7 585,000 585,000
    ≥ 8 630,000 630,000

  3. ອັດຕາສ່ວນຫຼຸດອີງຕາມອັດຕາການຈ່າຍເບ້ຍປະກັນ

  4. ປະເພດ 1
    # ເດືອນລົງທະບຽນ ສ່ວນຫລຸດ ຂະໜາດຄອບຄົວ ເບ້ຍປະກັນສຳລັບໄລຍະເວລາດັ່ງກ່າວ ຈຳນວນທຽບເທົ່າເບ້ຍປະກັນ 1 ປີ

    3

    0 %

    1 52,500 210,000
    2 - 4 90,000 360,000
    5 - 7 112,500 450,000
    ≥ 8 125,000 500,000

    6

    0 %

    1 105,000 210,000
    2 - 4 180,000 360,000
    5 - 7 225,000 450,000
    ≥ 8 250,000 500,000

    9

    0 %

    1 157,500 210,000
    2 - 4 270,000 360,000
    5 - 7 337,500 450,000
    ≥ 8 375,000 500,000

    12

    10 %

    1 189,000 189,000
    2 - 4 324,000 324,000
    5 - 7 405,000 405,000
    ≥ 8 450,000 450,000

    ເງືອນໄຂການຮັບບໍລິການແມ່ນຂື້ນກັບໄລຍະເດືອນທີ່ສະມາຊິກເລືອກຈ່າຍ ສະມາຊິກສາມາດເລືອກປ່ຽນປະເພດປະກັນໄດ້ກໍ່ຕໍ່ເມືອອາຍຸປະກັນປະເພດເກົ່າສິ້ນສຸດລົງເທົ່ານັ້ນ ສ່ວນການເກີດສິດແມ່ນໄດ້ທັນທີ ໂດຍບໍ່ຕ້ອງລໍຖ້າ.

    ຕົວຢ່າງ:
    • ໃນເດືອນມັງກອນ ສະມາຊິກ ກ ເລືອກປະເພດ 1 ແລະ ເລືອກຈ່າຍ 3 ເດືອນ. ລາວຈະໄດ້ຮັບຜົນປະໂຫຍດ ການບໍລິການຕາມປະເພດ 1 ຈົນຮອດເດືອນມີນາ.
    • ຮອດທ້າຍເດືອນມີນາ, ລາວສືບຕໍ່ຈ່າຍເພື່ອຕໍ່ອາຍຸບັດ ແຕ່ວ່າລາວສະເໜີປ່ຽນເປັນປະກັນປະເພດ 2. ລາວຈະສືບຕໍ່ຮັບຜົນປະໂຫຍດ ໃນປະກັນປະເພດ 2 ອີງໃສໄລຍະການເປັນສະມາຊິກ ແລະ ເລີ່ມການເກີດສິດ ຄັ້ງທີ່ຜ່ານມາ ພ້ອມຈະສິ້ນສຸດລົງຕາມຈຳນວນເດືອນທີ່ໄດ້ຈ່າຍ.
  5. ເງື່ອນໄຂກ່ຽວກັບໄລຍະລໍສິດ

  6. ເພື່ອຊຸກຍູ້ໃຫ້ມີການລົງທະບຽນໄລຍະຍາວນານ, ເງື່ອນໄຂກ່ຽວກັບໄລຍະລໍສິດໄດ້ມີການຜ່ອນຜັນສຳລັບການລົງທະບຽນໄລຍະ 6,9 ແລະ 12 ເດືອນ, ດັ່ງລະບຸໃນຕາຕະລາງລຸ່ມນີ້:

    # ເດືອນລົງທະບຽນ ສ່ວນຫລຸດ ໄລຍະລໍສິດ

    3

    0%

    ກວດເຂດນອກ 1 ເດືອນ
    ນອນປິ່ນປົວ/ການຜ່າຕັດສຸກເສີນ 3 ເດືອນ
    ການຖືພາແລະເກີດລູກ 6 ເດືອນ
    ການຜ່າຕັດໃນແຜນ 6 ເດືອນ
    ເງິນຊ່ວຍຊາປະນະກິດສົບ 6 ເດືອນ

    6

    0%

    ກວດເຂດນອກ ບໍ່ມີໄລຍະລໍຖ້າ
    ນອນປິ່ນປົວ/ການຜ່າຕັດສຸກເສີນ ບໍ່ມີໄລຍະລໍສິດ
    ການຖືພາແລະເກີດລູກ ບໍ່ມີໄລຍະລໍສິດ
    ການຜ່າຕັດໃນແຜນ 6 ເດືອນ
    ເງິນຊ່ວຍຊາປະນະກິດສົບ 6 ເດືອນ

    9

    0%

    ກວດເຂດນອກ ບໍ່ມີໄລຍະລໍຖ້າ
    ນອນປິ່ນປົວ/ການຜ່າຕັດສຸກເສີນ ບໍ່ມີໄລຍະລໍສິດ
    ການຖືພາແລະເກີດລູກ ບໍ່ມີໄລຍະລໍສິດ
    ການຜ່າຕັດໃນແຜນ 6 ເດືອນ
    ເງິນຊ່ວຍຊາປະນະກິດສົບ 6 ເດືອນ

    12

    10%

    ກວດເຂດນອກ ບໍ່ມີໄລຍະລໍຖ້າ
    ນອນປິ່ນປົວ/ການຜ່າຕັດສຸກເສີນ ບໍ່ມີໄລຍະລໍສິດ
    ການຖືພາແລະເກີດລູກ ບໍ່ມີໄລຍະລໍສິດ
    ການຜ່າຕັດໃນແຜນ 6 ເດືອນ
    ເງິນຊ່ວຍຊາປະນະກິດສົບ 6 ເດືອນ

    ໝາຍເຫດ: ໄລຍະລໍເກີດສິດທຸກໆເງື່ອນໄຂແມ່ນ 1 ເດືອນສຳລັບການພິມບັດສະມາຊິກ.

    ການປ່ຽນທາງເລືອກປະກັນສຸຂະພາບນັ້ນແມ່ນສາມາດເຮັດໄດ້ຕອນລົງທະບຽນເທືອທຳອິດ ຫຼື ເລີ່ມສືບຕໍ່ຈ່າຍເບ້ຍປະກັນເພື່ອຕໍ່ເປັນສະມາຊິກ. ດັ່ງນັ້ນ, ຖ້າເປັນສະມາຊິກເກົ່າສືບຕໍ່ ຈ່າຍເປັນປົກກະຕິ ສະເໜີປ່ຽນທາງເລືອກປະກັນຈາກ 1 ເປັນ 2 ຫຼື ຈາກ 2 ເປັນ 1 ລາວສາມາດເກີດສິດໃນປະກັນທາງເລືອກໃໝ່ເລີຍຕາມໄລຍະເກີດສິດທີ່ກຳນົດໄວ້.

    ກໍລະນີພິເສດ

    ພະສົງ, ນັກຮຽນ & ນັກສຶກສາທີ່ອາໄສຢູ່ຫໍພັກ /ເຮືອນເຊົ່າ, ນັກສຶກສາຈາກຕ່າງນະຄອນຫຼວງທີ່ອາໄສຢູ່ນຳພີ່ນ້ອງແລະບໍ່ໄດ້ຮັບການຈົດເຂົ້າໃນສຳມະໂນຄົວຈະຕ້ອງມີເອກະສານຢັ້ງຢືນຈາກສະຖາບັນທີ່ກ່ຽວຂ້ອງ. ພວກເຂົາເຈົ້າຕ້ອງໄດ້ຈ່າຍອັດຕາພິເສດ 120,000 ກີບ /ປີ ສຳລັບປະກັນທາງເລືອກ 2. ຈະບໍ່ມີສ່ວນຫລຸດໃດໆໃຫ້ຜູ້ກ່ຽວອີກ. ຖ້າຫາກວ່າ ພະສົງ, ນັກຮຽນ & ນັກສຶກສາທີ່ອາໄສຢູ່ຫໍພັກ /ເຮືອນເຊົ່າ, ນັກສຶກສາ ຕ້ອງການເລືອກປະກັນທາງເລືອກ 1 ແມ່ນໃຫ້ປະຕິບັດຕາມອັດຕາຄອບຄົວດ່ຽວທີກຳນົດໄວ້ໃນໜ້າ 10 ໂດຍບໍ່ມີສ່ວນຫຼຸດໃດໆ. ພວກເຂົາຕ້ອງໄດ້ປະຕິບັດຕາມເງື່ອນໄຂໃນການລໍສິດອີງໃສໄລຍະເວລາຈ່າຍ.

    # ເດືອນລົງທະບຽນ ອັດຕາພິເສດ
    3 30,000
    6 60,000
    9 90,000
    12 120,000
Back

Contact Us

ເບີສອບຖາມຂໍ້ມູນ ເພີ້ມເຕີມ

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ກະຊວງ ສາທາລະນະສຸກ 021-260-953

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ນະຄອນຫລວງ ວຽງຈັນ 021-223-542

ທ່ານໝໍ ວານຄຳ ທຳທອງ 020-2222-7417

ທ່ານ ສຸກສາຄອນ ອິນທະວົງ 020-2222-0947

Email: Ssk.inthavong@gmail.com
Email: vphanjark@yahoo.com

Link

Lao Statistics Bureau

National Institute Of Public Health

World Health Organization (WHO)

Unicef