ຍິນດີຕອນຮັບບັນດາທ່ານເຂົ້າສູ່ລະບົບຂໍ້ມູນຂອງຄັງປະກັນສຸຂະພາບຊຸມຊົນໃນ ສ.ປ.ປ.ລາວ

ຄັງປະກັນສຸຂະພາບຊຸມຊົນ (ຄປສຊ) ແມ່ນ ກອງທຶນປະກັນສຸຂະພາບສໍາລັບປະຊາຊົນທີ່ມີອາຊີບອິດສະຫຼະ ເປັນຕົ້ນແມ່ນຊາວໄຮ່ ນາ, ຊາວສວນ ພວກຄ້າຂາຍຕ່າງໆ ຊຶ່ງກວມເອົາປະຊາ ຊົນສ່ວນໃຫຍ່. ກອງທຶນດັ່ງກ່າວໄດ້ຖືກລິເລີ້ມສ້າງຕັ້ງຂຶ້ນ ໃນປີ 2002 ດ້ວຍໂຄງການຕົວແບບ ແລະ ໄດ້ເລີ້ມດໍາເນີນການຂະຫຍາຍມານັບແຕ່ປີ 2005 ພາຍໃຕ້ການຊີ້ນໍາຂອງກະຊວງສາທາລະນະສຸກ. ລະບົບແມ່ນກວມເອົາໝົດທຸກຄົນໃນຄອບຄົວ, ຍົກເວັ້ນ ຜູ້ທີ່ ເປັນສະມາຊີກ ອປສ, ອປລ ແລະ ກສທ ກວມເອົາ.

ອິງຕາມທິດທາງ ນະໂຍບາຍຂອງລັດໃນການກ້າວສູ່ປະກັນສຸຂະພາບທຸກຖ້ວນໜ້າໃນປີ 2020, ການພັດທະນາ ແລະ ຂະຫຍາຍ ຄປສຊ ແມ່ນປັດໃຈສໍາຄັນທີ່ຈະນໍາໄປສູ່ຄາດໝາຍດັ່ງກ່າວ. ເປົ້າໝາຍຂອງ ຄປສຊ ແມ່ນເພື່ອປົກປ້ອງປະຊາຊົນຈາກການໃຊ້ຈ່າຍຢ່າງຫຼວງຫຼາຍເວລາໄປໃຊ້ບໍລິການ ແລະ ສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບ ແລະ ເປັນທໍາ ແນໃສ່ປະກອບສ່ວນເຂົ້າໃນການລຸດຜ່ອນຄວາມທຸກຍາກ ອິງຕາມທິດທາງ ນະໂຍບາຍຂອງລັດໃນການກ້າວສູ່ປະກັນສຸຂະພາບທຸກຖ້ວນໜ້າໃນປີ 2020, ການພັດທະນາ ແລະ ຂະຫຍາຍ ຄປສຊ ແມ່ນປັດໃຈສໍາຄັນທີ່ຈະນໍາໄປສູ່ຄາດໝາຍດັ່ງກ່າວ. ເປົ້າໝາຍຂອງ ຄປສຊ ແມ່ນເພື່ອປົກປ້ອງປະຊາຊົນຈາກການໃຊ້ຈ່າຍຢ່າງຫຼວງຫຼາຍເວລາໄປໃຊ້ບໍລິການ ແລະ ສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບ ແລະ ເປັນທໍາ ແນໃສ່ປະກອບສ່ວນເຂົ້າໃນການລຸດຜ່ອນຄວາມທຸກຍາກ

ຄັງປະກັນສຸຂະພາບຊຸມຊົນເປັນກອງທຶນທີ່ຖືກສ້າງຕັ້ງຂຶ້ນພາຍໃຕ້ກົດລະບຽບ ແລະ ນະໂຍບາຍແຫ່ງຊາດ ໂດຍມີຄະນະກໍາມະການຄຸ້ມຄອງ ແລະ ໜ່ວຍງານຄຸ້ມຄອງຢູ່ແຕ່ລະຂັ້ນ ແຕ່ສູນກາງລົງຮອດທ້ອງຖິ່ນ ເຮັດພາລະບົດບາດໃນການພັດທະນາ ແລະ ບໍລິຫານກອງທຶນ ໂດຍສະເພາະແມ່ນອໍານາດການປົກຄອງເມືອງ ແລະ ບ້ານ. ພ້ອມນີ້ກໍມີບັນດາໂຮງໝໍ ແລະ ສຸກສາລາຂອງລັດເປັນບ່ອນສະໜອງການບໍລິການ.

ບັນຫາສໍາຄັນໃນການພັດທະນາ ຄປສຊ ແມ່ນການຂະຫຍາຍສະມາຊິກ ແລະ ການປັບປຸງດ້ານວິຊາການ ແລະ ການຈັດຕັ້ງ. ໃນນັ້ນການປັບປຸງເລື້ອງຂໍ້ມູນຂ່າວສານກໍແມ່ນອັນໜຶ່ງທີ່ຕ້ອງເອົາໃຈໃສ່. ສະນັ້ນ ພວກເຮົາຫວັງວ່າການນໍາໃຊ້ Website ນີ້ຈະເປັນປະໂຫຍດແກ່ໜ່ວຍງານກ່ຽວຂ້ອງ ກໍຄືບັນດາໜ່ວຍງານຕິດຕາມຊຸກຍູ້ວຽກງານດັ່ງກ່າວ ໃນການຕິດຕາມຂໍ້ມູນທີ່ທັນສະພາບກ່ຽວກັບ ຄປສຊ ລວມທັງບັນດາຂໍ້ກໍານົດ ກົດລະບຽບ ຕ່າງໆ.

Contact Us

ເບີສອບຖາມຂໍ້ມູນ ເພີ້ມເຕີມ

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ກະຊວງ ສາທາລະນະສຸກ 021-260-953

ຫ້ອງການ ປະກັນສຸຂະພາບ ແຫ່ງຊາດ ນະຄອນຫລວງ ວຽງຈັນ 021-223-542

ທ່ານໝໍ ວານຄຳ ທຳທອງ 020-2222-7417

ທ່ານ ສຸກສາຄອນ ອິນທະວົງ 020-2222-0947

Email: Ssk.inthavong@gmail.com
Email: vphanjark@yahoo.com

Link

Lao Statistics Bureau

National Institute Of Public Health

World Health Organization (WHO)

Unicef


ອັດຕາເບ້ຍປະກັນທີ່ກຳນົດໄວ້:

ມີສອງທາງເລືອກສຳລັບ ປະເພດສະມາຊິກ, ດັ່ງທີ່ອະທິບາຍຢູ່ໃນຄູ່ມືຂອງ ຄປສຊ ສະບັບປັບປຸງ. ອ່ານເພີ່ມ


ຄປສຊ ແມ່ນຫຍັງ ?

ຄປສຊ ແມ່ນຄັງປະກັນສຸຂະພາບຊຸມຊົນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນຜູ້ທີ່ມີອາຊີບອິດສະຫຼະ ໂດຍບໍ່ຫວັງຜົນກຳໄລດ້ວຍການ ຈ່າຍເງີນລ່ວງໜ້າເປັນປີ ເວລາເຈັບແລ້ວໄປໂຮງໝໍຈະບໍ່ໄດ້ເສຍຄ່າປິ່ນປົວອີກ

ຜົນປະໂຫຍດ ແລະ ພະຍາດທີ່ຍັງບໍ່ທັນກວມເອົາ

ຕັດແວ່ນຕາ ຫຼື ໃສ່ເລນທຽມ

ພິເສດ

ຄອບຄົວທີ່ເປັນສະມາຊິກ ຄປສຊ 06 ເດືອນຂື້ນໄປຈະມີສິດ ໄດ້ຮັບເງີນຊ່ວຍເຫຼືອເວລາເສຍຊີວິດ 500,000ກີບ/ຄົນ.